1. ຄວາມໝາຍຂອງການພັດທະນາ
ການພັດທະນາໝາຍເຖິງສະພາວະອັນເພິ່ງປາຖະໜາຂອງສັງຄົມ ບໍ່ວ່າຈະເປັນທາງດ້ານສັງຄົມ, ການເມືອງ ແລະ ເສດຖະກິດ ການພັດທະນາໄດ້ມີຫຼາຍຄົນໃຫ້ຄວາມໝາຍທີ່ແຕກຕ່າງກັນດັ່ງນີ້:1.1. ການພັດທະນາຄື: ສະພາວະທີ່ເສດຖະກິດປະເທດໜຶ່ງສາມາດເຮັດໃຫ້ຜົນຜະລິດລວມຂອງປະຊາຊົນເພີ່ມຂື້ນ ແລະ ສາມາດຮັກສາລະດັບນັ້ນໄວ້ເປັນສະພາວະທີ່ປະຊາຊົນມີຄວາມເປັນຢູ່ທີ່ດີໃນດ້ານເສດຖະກິດ.
1.2. ການພັດທະນາຄື: ການສ້າງຄວາມຈະເລີນເຕີບໂຕທາງດ້າຍເສດຖະກິດໂດຍການເລັ່ງລັດໃຫ້ຜົນຜະລິດລວມຂອງປະຊາຊາດເພີ່ມຂື້ນຢ່າງຕໍ່ເນື່ອງອັນເປັນຂະບວນການທີ່ສົ່ງຜົນໃຫ້ລະດັບລາຍໄດ້ໂດຍເຊື່ອມຕໍ່ບຸກຄົນຂອງປະເທດເພີ່ມຂື້ນ ແລະ ປະຊາຊົນຈະມີຄວາມເປັນຢູ່ທີ່ດີຂື້ນໃນທາງດ້ານເສດຖະກິດ.
1.3. ການພັດທະນາຄື: ການປ່ຽນແປງໂຄ້ງສ້າງການຜະລິດ ແລະ ການວ່າຈ້າງແຮງງານຕາມທີ່ໄດ້ວາງແຜນໄວ້ແລ້ວ, ເພື່ອຫຼຸດຜ່ອນສັດສ່ວນຂອງການກະສິກຳໃນຂະນະທີ່ເພີ່ມສັດສ່ວນຂອງທາງດ້ານອຸດສາຫະກຳ ແລະ ການບໍລິການ.
1.4. ການພັດທະນາຄື: ການສ້າງສະພາວະທີ່ເອື້ອຍອຳນວຍຕໍ່ການພັດທະນາບຸກຄະລິກກະພາບຂອງບຸກຄົນ
1.5. ການພັດທະນາຄື: ຂະບວນການຫຼາຍມິຕິ ເຊິ່ງ ປະອບດ້ວຍການປຽນແປງດ້ານໂຄງສ້າງທາງສັງຄົມ, ທ່າທີຂອງປະຊຊົນ, ສະຖາບັນຕ່າງໆຂອງຊາດ, ການເລັ່ງລັດຄວາມຈະເລີນເຕີບທາງດ້ານເສດຖະກິດ, ການຫຼຸດຜ່ອນຄວາມບໍ່ເທົ່າທຽມກັນ ແລະ ຈຳກັດຄວາມຍາກຈົນນັ້ນຄືການປ່ຽນແປງຕໍ່ລະບົບສັງຄົມໝົດທັງລະບົບ ແລະ ມຸ່ງຕໍ່ການຕອບສະໜອງຄວາມຕ້ອງການຂັ້ນພື້ນຖານຂອງປະຊາຊົນ ແລະ ກຸ່ມຕ່າງໆຂອງສັງຄົມໃນລະບົບນັ້ນ.
1.6. ການພັດທະນາຄື: ການສ້າງຄວາມທັນສະໄໝ ແລະ ການພັດທະນາແລ້ວຄືຄວາມທັນສະໄໝ
1.7. ການພັດທະນາຄື: ການເພີ່ມພູນຂີດຄວາມສາມາດຂອງສັງຄົມໂດຍບໍ່ຄຳນືງເຖິງເລື່ອງຂອບເຂດເຊິ່ງຖຶກກຳນົດໂດຍເປົ້າໝາຍ ແລະ ໂຄງສ້າງພື້ນຖານຂອງສັງຄົມໃນຂະນະນັ້ນການພັດທະນາເປັນຂະບວນການທີ່ກໍ່ໃຫ້ເກີດການປ່ຽນແປງແບບສ້າງສັນບໍ່ວ່າຈະມີຜົນຕໍ່ເປົ້າໝາຍທີ່ມີຢູ່ຫຼືວິທີທາງທີ່ໃຊ້ຢູ່ໃນການກະທຳສິ່ງຕ່າງໆເປັນເລື່ອງທີ່ມຸ່ງເນັ້ນສູ່ຈຸດປະສົງທີ່ວາງໄວ້ການພັດທະນາຕ້ອງມີການປ່ຽນແປງທາງຄຸນນະພາບໃນທຸກເລື່ອງຂອງລະບຽບສັງຄົມທີ່ຖືວ່າສຳຄັນ.
1.8. ການພັດທະນາໃນດ້ານວັດທະນະທຳໝາຍເຖິງການສ້າງຄວາມຮູ້ສຶກໃໝ່ວ່າຕົນເປັນຊາດມີຄວາມເຊື່ອໝັ້ນ ແລະ ພ້ອມທີ່ຈະເຮັດທຸກຢ່າງໂດຍເສຍສະຫຼະເພື່ອປະເທດຊາດຂອງຕົນ.
1.9. ໃນດ້ານເສດຖະກິດການເມືອງການພັດທະນາຄື: ການປະຕິຮູບລະບຽບສັງຄົມໃຫ້ມີຄວາມຍຸດຕິທຳຫຼາຍຂື້ນ ມີເອກະລາດຂອງຊາດ ແລະ ໄດ້ຮັບການຄົງຕົວເປັນອິດສະຫຼະຈາກການແຊກແຊງການຄອບງຳຂອງລັດຖະບານອື່ນຫຼືກຸ່ມຜົນປະໂຫຍດອື່ນ.
1.10. ການພັດທະນາໝາຍເຖິງການປ່ຽນແປງທາງດ້ານຄຸນນະພາບຂອງລະບົບເສດຖະກິດໃນພາວະທີ່ຄຸນນະພາບ ແລະ ພາລະວັດພາຍໃຕ້ຂອບເຂດທີ່ບໍ່ມີການກະທົບກະເທືອນກັບສິ່ງແວດລ້ອມຫຼືລະບົບນິເວດວິທະຍາ.
ຈາກທີ່ກ່າວມາໃນເບື້ອງຕົ້ນສະຫຼຸບໄດ້ວ່າ: ການພັດທະນາຄືການປ່ຽນແປງທຸກຢ່າງທີ່ມີຢູ່ໃນສັງຄົມໃຫ້ກ້າວໄປສູ່ສັງຄົມທີ່ດີຂື້ນ.
2. ການຂະຫຍາຍຕົວທາງດ້ານເສດຖະກິດ
ການສັງເກດເສດຖະກິດຂອງໂລກ ຫຼື ຂອງປະເທດໃດໜື່ງເພີ່ມມັກໃຊ້ຫຼາຍໆຄຳສັບເຊັ່ນ: ການຂະຫຍາຍຕົວທາງດ້ານເສດຖະກິດ, ການພັດທະນາທາງດ້ານເສດຖະກິດ, ສັງຄົມອື່ນໆ. ນັກເສດຖະສາດຊາວຝຣັ່ງເສດໄດ້ໃຫ້ຄຳນິຍາມວ່າ:( ການຂະຫຍາຍຕົວທາງດ້ານເສດຖະກິດຂອງຊາດໜື່ງສາມາດວັດໄດ້ຈາກອັດຕາເພີ່ມໄລຍະຍາວຂອງລາຍໄດ້ແຫ່ງຊາດ ໂດຍສະເພາະລາຍໄດ້ແຫ່ງຊາດຕໍ່ຫົວຄົນ ) ສະນັ້ນການຂະຫຍາບຕົວທາງດ້ານເສດຖະກິດຈື່ງກ່ຽວຂ້ອງກັບສອງປະເດັນຄື: ປະຊາກອນ ແລະ ລາຍໄດ້ແຫ່ງຊາດ
ປະຊາກອນ ແລະ ລາຍໄດ້ແຫ່ງຊາດ
ການເພີ່ມຂຶ້ນຂອງ GDP>ການເພີ່ມຂອງປະຊາກອນ
ລາຍໄດ້ຕໍ່ຫົວຄົນເພີ່ມຂື້ນໃນເມື່ອ ການຫຼຸດລົງ GDP<ການຫຼຸດລົງຂອງປະຊາກອນ
GDP ຄົງທີ່ ແລະ ປະຊາກອນຫຼຸດລົງ
ການເພີ່ມຂຶ້ນຂອງ GDP=ການເພີ່ມຂອງປະຊາກອນ
ລາຍໄດ້ຕໍ່ຫົວຄົນເພີ່ມຂື້ນໃນເມື່ອ ການຫຼຸດລົງ GDP=ການຫຼຸດລົງຂອງປະຊາກອນ
GDP ຄົງທີ່ ແລະ ປະຊາກອນຫຼຸດລົງ
ການເພີ່ມຂຶ້ນຂອງ GDP<ການເພີ່ມຂອງປະຊາກອນ
ລາຍໄດ້ຕໍ່ຫົວຄົນເພີ່ມຂື້ນໃນເມື່ອ ການຫຼຸດລົງ GDP>ການຫຼຸດລົງຂອງປະຊາກອນ
GDP ຄົງທີ່ ແລະ ປະຊາກອນຫຼຸດລົງ
3. ການພັດທະນາທາງດ້ານເສດຖະກິດ
ການພັດທະນາໝາຍເຖິ່ງ ການປ່ຽນແປງໄປໃນທາງທີ່ດີຂຶ້ນ, ຈະເລີນຂຶ້ນ. ສຳຫຼັບການພັດທະນາທາງດ້ານເສດຖະກິດໝາຍເຖິງ ການປັບປຸງທາງດ້ານຄຸນນະພາບຂອງເສດຖະກິດ ແລະ ສັງຄົມໃຫ້ຈະເລີນຂຶ້ນນັ້ນເອງ.
ການພັດທະນາເສດຖະກິດໝາຍເຖິ່ງ ການປ່ຽນແປງໂຄງປະກອບປະຊາກອນ, ໂຄງປະກອບຂອງເສດຖະກິດ ແລະ ສັງຄົມ ເຊິງກໍ່ໃຫ້ເກີດການຂະຫຍາຍຕົວທາງດ້ານເສດຖະກິດ. ການພັດທະນາໝາຍເຖິ່ງ ການປ່ຽນແປງໂຄງປະກອບທາງສັງຄົມ ເຊິ່ງເປັນຜົນສືບເນື່ອງມາຈາກການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ການປ່ຽນແປງທີ່ອຳນວຍໃຫ້ມີການຂະຫຍາຍຕົວທາງດ້ານເສດຖະກິດສືບຕໍ່ໆໄປ.
4. ທິດສະດີການພັດທະນາໃນປັດຈຸບັນ
ການພັດທະນາໃນແງ່ພູມີສາດໝາຍເຖິງ ການປັບປຸງປ່ງນແປງກິດຈະການທາງດ້ານຕ່າງໆ ເພື່ອໃຫ້ດີຂື້ນ ແລະ ມີຄວາມຈະເລີນຂື້ນເລື້ອຍໆ ມີຄວາມໝັ້ນຄົງ ທາງສະເຖຍລະພາບທົວສັງຄົມ. ທິດສະດີການພັດທະນາເປັນທິດສະດີອະທິບາຍເຖິງປັດໃຈສໍາຄັນຕ່າງໆ ໃນເສັ້ນທາງພັດທະນາ. ທິດສະດີຕ່າງໆ ລ້ວນແຕ່ປຽນແປງຄືດຽວກັນກັບຄວາມນິຍົມເຄື່ອງນຸ່ງຫົ່ມ (ແຟຊັນ) ສີ່ງຕ່າງຽເຫຼົ່ານັ້ນມີການປຽ່ນແປງໄປຕາມການຕີລາຄາ ແລະ ຜົນທີ່ເກີດຂື້ນຈາກການລົງທືນ,ລົງແຮງເພື່ອພັດທະນາ. ທິດສະດີການພັດທະນາທີ່ເປັນຕົ້ນຕໍມີ 3 ທິດສະດີເຊີ່ງສາມາດອະທີບາຍໂດຍຫຍໍ້ດັ່ງນີ້:
1. ທິດສະດີການເຕີບໂຕທາງດ້ານເສດຖະກິດ
ທິດສະນີສະເໜີວ່າການພັດທະນາເກີດຈາກການເຕີບໂຕຢ່າງໄວວາທາງເສດຖະກິດຢ່າງໃດຢ່າງໜື່ງ ໃນປີ 1985 ນັກເສດຖະສາດບາງທ່ານໃນເອີຮົບໄດ້ສະເໜີວ່າ (ທິດສະດີການເຕີບໂຕເທົ່າສູນ) ເຊີ່ງໝາຍເຖີງການພັດທະນາບໍ່ມີການເຕີບໂຕເລີຍ.ເຫດຜົນກໍ່ຄື ການເຕີບໂຕຢ່າງໄວວາທາງເສດຖະກິດຢ່າງດຽວໂດຍບໍ່ໄດ້ຄໍານືງເຖີງສະພາບແວດລ້ອມທໍາມະຊາດ.
ທິດສະດີການເຕີບໂຕເທົ່າສູນບໍ່ເປັນທີ່ຍອມຮັບສໍາລັບປະເທດທີ່ພວມພັດທະນາ ເຫດຜົນກໍຄື ປະຊາກອນເພີມຂື້ນຢ່າງໄວວາ ມີການຫວ້າງເກີດຂື້ນ ແລະ ມີຄວາມທຸກຈົນ ປະເທດທີ່ທຸກຈົນຈໍາເປັນຕ້ອງເຕີບໂຕໄວວາເທົ່າທີ່ຈະໄວໄດ້ຢ່າງໜ້ອຍສຸດກໍໃຫ້ທັນກັບການເພີ້ມຂື້ນຂອງປະຊາກອນໃນປະເທດ ເພື່ອຕອບສະໜອງ ແລະ ຄວາມຈໍາເປັນພື້ນຖານອື່ນໆໃຫ້ປະຊາກອນໄດ້.
2. ທິດສະດີການສ້າງປະເທດໃຫ້ເປັນປະເທດສະໄໝໃໝ
ທິດສະດີນີ້ເບີ່ງການພັດທະນາເປນການປຽນແປງຈາກສັງຄົມດັ່ງເດີມ. ສູ່ສັງຄົໃສະໄໝໃມ່ໝາຍຄວາມວ່າ: ບໍສະເພາະແຕ່ດ້ານເສດຖະກິດຢ່າງດຍວເທົ່ານັ້ນແຕ່ດ້ານນິໄສ ແລະ ວັດທະນນະທໍາຂອງປະຊາຊົນກໍຕ້ອງປຍນແປງອີກ.
ແນວຄວາມຄິດນີ້ເບີ່ງໄປທີ່”ອຸປະສັກຕໍ່ການພັດທະນາ” ແລະ “ໂຕເລັ່ງຂອງການພັດທະນາ”ທິດສະດີນີ້ສ່ວນຫຼາຍແນວຄິດນິຍົມແບບຊາວຕາເວັນຕົກແບບອາເມລິກາ ແລະ ເຊີດຊູການພັດທະນາແບບອາເມລິກາວ່າເປັນແບບຢ່າງທີ່ນໍານ້າໜ້າຂອງການປຽນແປງທີ່ປະສົບຜົນສໍາເລັດ.
ກິດຈະກໍາ
ກ. ແນວຄິດຕາມທິດສະດີພາວະທັນສະໄໝ
ທິດສະດີພາວະທັນສະໄໝເປັນທິດສະດີທີ່ຮັບຄວາມນິຍົມຢ່າງສູງໃນປະເທດຕາເວັນຕົກໃນຕອນປາຍຂອງສົງຄາມໂລກຄັ້ງທີ່ 2 ໄດ້ມີການເລີ່ມໃຊ້ຢ່າງຈິງຈັງໃນການຟື້ນຟູປະເທດແທຖບເອີຮົບຕາເວັນຕົກ ແລະ ແຜ່ຂະຫຍາຍອອກໄປໃນປະເທດດ້ອຍພັດທະນາໃນຊ່ວງທົດສະຕະຫວັດ 1950-1960 ເປັນແນວຄວາມຄິດທີ່ກ້າວເຖີງການປ່ຽນແປງໃນແງ່ຕ່າງໆຂອງຊີວິດມະນຸດທິດສະດີນີ້ອາໄສທິດສະດີເສດຖະກິດ ແລະ ທິດສະດີສັງຄົມສາດຂອງອາເມລິກາປະຍຸໃຊ້ເປັນປະກອບການວິເຄາະບັນຫາທິດສະດີສ່ວນໃຫຍ່ມັກໃຊ້ສັງຄົມຕາເວັນຕົກມາເປັນຕົວແບບ.
ທິດສະດີທັນສະໄໝຖືວ່າສັງຄົມທັນສະໄໝນັ້ນຕ່າງຈາກສັງຄົມດັ່ງເດີມ ຢູ່ຫຼວງຫຼາຍອິງຕາມທິດສະດີຂອງທ່ານ Huntingtom (1968) ກ່າວມາການພັດທະນາໃຫ້ທັນສະໄໝຈະຕ້ອງດໍາເນີນໄປທາງໃນແງ່ດ້າເສດຖະກິດ, ສັງຄົມ, ການເມືອງ, ຄວາມຮູ້ສຶກນຶກຄິດ ແລະ ຄວາມຮູ້ຂອງຄົນໃນສັງຄົມ, ນັ້ນຈະຂາດດັ້ນໃດດ້ານໜື່ງບໍ່ໄດ້ເພາະແຕ່ລະດ້ານລ້ວນແຕ່ມີຄວາມສໍາພັນ ແລະ ສົ່ງຜົນສະທ້ອນເຊີ່ງກັນແລະກັນ.
ຂ. ການພັດທະນາປະເທດໃຫ້ທັນສະໄໝ
ໃນທາງເສດຖະກິດນັ້ນການເຮັດໃຫ້ປະເທດກາຍເປັນປະເທດອຸດສາຫະກໍາມີຄວາມໝາຍແບດຍວກັນກັບເຮັດໃຫ້ປະເທດເປັນປະເທດສະໄໝໃໝ່ ເຊີ່ງ ກ່ອນຈະກາຍເປັນປະເທດອຸດສາຫະກໍາໄດ້ນັັ້ນ ຕ້ອງມີການຂະຫຍາຍດ້ານການກະສິກໍາເພື່ອຜະລິດວັດຖຸດິບ. ເພື່ອປ້ອນໂຮງຈັກໂຮງງານຄື: ມີຜະລິດຕະພັນລວມຈາກກຸ່ມປະຊາກອນພາຍໃນປະເທດ. ພ້ອມດຽວກັນນັ້ນການພັດທະນາສັງຄົມ, ການເມືອງ, ການພັດທະນາໂຄງລ່າງຄວນມີການກະຈາຍໄປຊູ່ເຂດຊົນນະບົດ ວິທີການດັ່ງນີ້ຕ້ອງມີການລົງທືນຢ່າງໜັກໃນດ້ານສາທານຸປະໂພກ ແລະ ກິດຈະເພື່ອການຜະລິດໂດຍກົງເຊັ່ນ: ໂຮງງານ, ພາກກະເສດຕະກໍາ ແລະ ຫັດຖະກໍາທຸກຂະແໜງການກໍລ້ວນແລ້ວ ແຕ່ຄວາມຕ້ອງການລົງທືນໃໝ່, ການຜະລິດນັ້ນຄວນຄໍານຶງເຖິງຄຸນນະພາບ ແລະປະສິດທິພາບພຽງພໍເພື່ອຜົນຜະລິດເຫຼົ່ານັ້ນຈະສາມາດປ້ອນປະຊາກອນໃນເຂດຕົວເມືອງທີ່ກໍາລັງຂະຫຍາຍຕົວ
ຈ. ການພັດທະນາໃຫ້ປະເທດທັນສະໄຫມທາງການເມືອງ
ອິງຕາມທິດສະດີຂອງທ່ານ Huntington (1968) ໄດ້ກ່າວວ່າ ໃນທາງດ້ານການເມືອງນັ້ນປະກອບດ້ວຍການໃຊ້ອຳນາດ ຈາກການປົກຄອງຢ່າງມີເຫດຜົນເໝາະສົມ. ການຂະຫຍາຍຂອບເຂດຕາມການມີສ່ວນຮ່ວມທາງການເມືອງໃຫ້ຄວມຄຸມຄົນກຸ່ມຕ່າງໆ ແລະ ລະດັບຕ່າງໆຂັ້ນພື້ນຖານທ້ອງຖິ່ນໃນແກນນອນ, ການລວມຕົວທາງດ້ານຊົນຊັ້ນທາງເສດຖະກິດ ແລະ ສັງຄົນໃນແກນຕັ້ງ ເປັນຕົວເຮັດໃຫ້ເກີດຈິດສຳນຶກທາງດ້ານການເມືອງ, ການມີສ່ວນຮ່ວມທາງການເມືອງຫາກມີຄວາມສົມດູນກັບການມີສ່ວນຮ່ວມ ທາງດ້ານເສດຖະກິດ-ສັງຄົມ ຈະເຮັດໃຫ້ສະຖຽນລະພາບທາງການເມືອງ, ມີຄວາມໝັ້ນຄົງ.ບໍ່ມີສັງຄົມໃດຈະເຮັດໃຫ້ຄົນໃນສັງຄົມທັນສະໄໝໄປໃນລັກສະນະດ່ຽວກັນໄດ້ທັນທີ ເພາະແຕ່ລະປະເທດລວນແລ້ວແຕ່ມີລັກສະນະຕ່າງກັນໃນລັກສະນະຊັບພະຍາກອນໃນຂະບວນການສ້າງຄວາມທັນສະໄໝທຸກໆສັງຄົມຕ້ອງພົບບັນຫາສຳຄັນ 4 ປະການຄື:
1. ການທີ່ສັງຄົມຈະພົບກັບຄວາມຄິດ ແລະບັນຫາໃຫມ່ໆຍ່ອມໄດ້ຮັບການຕໍ່ຕ້ານຈາກຄົນທີ່ມີແນວຄວາມຄິດອີກແບບໝຶ່ງ
2. ການມີພິກໄຫວຫຼືການປັບຕົວຂອງຜູ້ນຳໃຫມ່ເພາະມີການໂອນອຳນາດຈາກຫົວຫນ້າເກົ່າສູ່ຫົວຫນ້າໃຫມ່ ແລະອາດຈະມີການປະຕິບັດຕໍ່ສູ່ຫຼາຍອີກເຊັ່ນຄົນ
3. ການແປຮູບດ້ານເສດຖະກິດ,ສັງຄົມ ແມ່ນມີການພັດທະນາທາງເສດຖະກິດ ແລະ ສັງຄົມ ໄປຈົນຈຸດສັງຄົມມີການປ່ຽນຜປງຈາກຊີວິດໃນຊົນນະບົດແບບກະເສດຕະກຳ, ມາເປັນຊີວິດໃນຕົວເມືອງແບບອຸດສາຫະກຳ
4. ການລວມຕົວຂອງສັງຄົມໃນແບບທີ່ເສດຖະກິດແປຮູບຈະເຮັດໃຫ້ເກີດມີການປັບປ່ຽນຮູບໂຄງສ້າງຂອງສັງຄົມ ແລະ ມີການປ່ຽນແປງທຸກໆສ່ວນຂອງສັງຄົມຈົນເຖິງຂັ້ນພື້ນຖານ.
5. ທິດສະດີໂຄງປະກອບ
ແມ່ນທິດສະດີທີ່ວິພາກວິຈານການພັດທະນາອີກທິດສະດີໜື່ງໂດຍພິຈາລະນາໂຄງປະກອບທັງໝົດຂອງສັງຄົມ ແລະ ວິເຄາະການປ່ຽນແປງທາງໂຄງປະກອບ, ວິທີການຕົ້ນຕໍ່ແມ່ນວິເຄາະໂຄງປະກອບຂອງສັງຄົມ (ໃຜເປັນຜູ້ຊະນະ ແລະໃຜເປັນຜູ້ເສຍ), ມີອີກສາຂາໜຶ່ງຂອງທິດສະດີໂຄງປະກອຍເອິ້ນວ່າ ທິດສະດີເພີ່ງພາ(Dependencytheory) ອີງຕາມເສດຖະກິດການເມືອງມາກຊິສ ທິດສະດີນີ້ມີຈຸດກຳເນີດທີ່ທະວີບອາເມລິກາໃຕ້(ທິດສະດີຕ້ານ)ທິດສະດີການສ້າງປະເທດໃຫ້ເປັນແບບສະໄໝໃຫມ່ຂອງທະວີບອາເມລີກາເໜືອ.
ນອກຈາກນັ້ນຍັງມີສາຂາອຶ່ນໆ ອີກຂອງທິດສະດີໂຄງປະກອບເກີດຂິ້ນອີກເຊັ່ນ:ທິດສະດີຕະຫຼາດໄດ້ກາຍເປັນທີ່ນິຍົມຫຼາຍ,ການພັດທະນາແມ່ນດຳເນີນໄປບົນພິ້ນຖານການພົວພັນຂອງກຳລັງຕະຫຼາດຄື: ຄວາມຕ້ອງການ ແລະ ການສະໜອງສະຖານະການເປັນກົນໄກຄວບຄຸມການຜະລິດ, ການແຈກຢາຍ ມີສ່ວນພົວພັນກັບທິດສະດີກ່ຽວກັບທີ່ຕັ້ງບົນພິ້ນຖານທີ່ຕັ້ງຂອງປະເທດລວມເຖິງຊັບພະຍາກອນມະນຸດ ແລະ ຊັບພະຍາກອນທຳມະຊາດທີ່ຢູ່ພາຍໃນປະເທດ.ການພັດທະນາຜະລິດຕະພັນໃໝ່ນີ້ເກີດຂິ້ນຢູ່ 2 ລັກນະຄື:
1. ການເກີດມີແນວຄວາມຄິດແປກໆໃໝ່ໆ (new idea) ເຊັ່ນ: ການເກີດມີແນວຄິດທີ່ຈະເຊົາໃຊ້ພະ
ນັກງານຂາຍ, ເກີດແນວຄວາມຄິດໃໝ່ໆກ່ຽວກັບຜະລິດຕະພັນທີ່ນຳໄປຕອບສະໜອງຄວາມຕ້ອງການຂອງສັງຄົມ, ເກີດຄວາມຄິດໃໝ່ໃນການຕົບແຕ່ງຮ້ານຄ້າເປັນຕົ້ນ ເຊີ່ງເກີດຂິ້ນຫຼາຍໃນປະເທດທີ່ພັດທະນາແລ້ວ,ສຳລັບປະເທດທີ່ກຳລັງພັດທະນາແມ່ນຍັງບໍ່ທັນພົ້ນເດັ່ນ.
2.ເມື່ອເກີດມີແນວຄວາມຄິດແປກໆໃໝ່ໆຍ່ອມສະແດງຕໍ່ໄປທີ່ຈະເຮັດໃຫ້ແນວຄວາມຄິດເຫຼົ່ານີ້ເປັນຮູບປະທຳທີ່ຊັດເຈນ. ມີຄວາມເປັນຈີງຫຼາຍຂິ້ນ ສະນັ້ນຈີງພະຍາຍາມສ້າງອຸປະກອບຊອກຫາວັດຖຸດິບທີ່ຈະມາພະລິດຈີງຄົ້ນຫາວິທີ່ການໃໝ່ໆເພື່ອເປັນການສ້າງຄວາມຄິດໃໝ່ ແລະ ເທັກນິກໃໝ່ ( new divice-new technique)ເຊັ່ນ: ການນຳລະບົບ self-service) ມາໃຊ້ແທນພະນັກງານຂາຍ ການນຳໃຊ້ເຄື່ອງຈັກເຂົ້າມາຊ່ວຍປະຕິບັດງານຂາຍ, ມີວິທີການດຳເນີນງານໃໝ່ໆ ເຮັດໃຫ້ກິດຈະການປະເພດໃໝ່ເກີດຂິ້ນຕໍ່ເລື່ອຍໆ ເປັນຕົ້ນແມ່ນຢູ່ບັນດາປະເທດທີ່ພັດທະນາແລ້ວ.
(ຂອບໃຈຂໍ້ມູນຈາກປຶ້ມການຮຽນການສອນວິທະຍາໄລຄູຫລວງພະບາງ ຂະແຫນງວິທະຍາສາດສັງຄົມ ຮີບໂຮມຂໍ້ມູນໂດຍຫ້ອງສັງຄົມ12+4 ຮຸ່ນ2)
ອ່ານເພີມເຕີມທີ່: https://taidam-news.blogpot.com
ความคิดเห็น
แสดงความคิดเห็น