ປະເທດທີ່ພັດທະນາແລ້ວ ແລະ ປະເທດທີ່ພວມພັດທະນາ


1. ປະເທດທີ່ພັດທະນາແລ້ວ
ປະເທດທີ່ພັດທະນາແລ້ວໝາຍເຖິງປະເທດທີ່ມີຄວາມຈະເລີນທາງດ້ານເສດຖະກິດ, ປະຊາຊົນໄດ້ຮັບການສຶກສາຢ່າງທົ່ວເຖິງ, ມີການພັດທະນາທາງດ້ານສຸຂະພາບ ແລະ ໂພສະນາການ, ມີລາຍໄດ້ຕໍ່ຫົວຄົນສູງ ແລະ ມີກຳລັງຊື້ສູງ.
ແຕ່ຈະມາເຖິງໃນລະດັບນີ້ ບັນດາປະເທດທີ່ພັດທະນາແລ້ວກໍໄດ້ຜ່ານ 5 ໄລຍະຂອງການພັດທະນາດັ່ງນີ້:
- ໄລຍະທີ 1: ເປັນໄລຍະຂອງສັງຄົມດັ່ງເດີມເຊີ່ງມີເສດຖະກິດອີງໃສ່ການກະສິກຳເປັນພື້ນຖານ, ການຜະລິດກະສິກຳແບບກຸ້ມໃຜກຸ້ມລາວ ແລະ ມີໜໍ່ແໜງຂອງການຜະລິດສິນຄ້າ.
- ໄລຍະທີ 2: ເປັນໄລຍະກ່ອນ “ການທະຍານຂຶ້ນ” ເປັນໄລຍະທີ່ປະເທດພວມກ້າວອອກຈາກຄວາມດ້ອຍພັດທະນາ, ເປັນໄລຍະກະກຽມຫຼາຍດ້ານເຊັ່ນ: ການພັດທະນາການສຶກສາເພື່ອເຮັດໃຫ້ປະຊາຊົນມີຄວາມຮູ້ພຽງພໍໃນການຂຸດຄົ້ນແຫຼ່ງຊັບພະຍາກອນທຳມະຊາດ, ມີຄວາມສາມາດຜະລິດກະສິກຳເພື່ອເປັນສິນຄ້າ ແລະ ຊຸກຍູ້ຂະແໜງອຸດສາຫະກຳ.
- ໄລຍະທີ 3: ເປັນໄລຍະ “ທະຍານຂຶ້ນ” ເປັນໄລຍະແຫ່ງການພັດທະນາການຜະລິດແບບທັນສະໄໝທາງດ້ານກະສິກຳ ແລະ ອຸດສາຫະກຳ.
- ໄລຍະທີ 4: ເະປັນໄລຍະການພັດທະນາສູງຂຶ້ນຕື່ມ ເຊິ່ງເປັນໄລຍະການຜະລິດອຸດສາຫະກຳ ແລະ ກະສິກຳຂະຫຍາຍຕົວກ້ວາງຂວາງ.
- ໄລຍະທີ 5: ເປັຍໄລຍະທີ່ເສດຖະກິດຂະຫຍາຍຕົວສູງໝັ້ນຄົງ, ປະຊາຊົນມີລາຍໄດສູງສາມາດຊົມໃຊ້ຜະລິດຕະພັນຕ່າງໆໄດ້ຫຼາຍ; ການບໍລິໂພກຂອງປະຊາຊົນຢ່າງຫຼວງຫຼາຍນີ້ເຮັດໃຫ້ການຜະລິດຂະຫຍາຍຕົວຂຶ້ນຕື່ມອີກ ນິແມ່ນໄລຍະແຫ່ງສັງຄົມບໍລິໂພກ.
2. ບັນຫາຂອງປະເທດທີ່ພັດທະນາແລ້ວ
ບັນດາປະເທດທີ່ພັດທະນາແລ້ວ ແມ່ນໝາຍເຖິງປະເທດທີ່ມີເສດຖະກິດຂະຫຍາຍຕົວສູງປະຊາຊົນມີມາດຖານການຄອງຊີບສູງກໍຕາມ ແຕ່ປະເທດເຫຼົ່ານີ້ກໍປະສົບກັບບັນຫາຫຼາຍຢ່າງເຊັ່ນ:
ກ. ການພັດທະນາໃນແຕ່ລະເຂດຂອງປະເທດບໍ່ເທົ່າທຽມກັນ, ບາງເຂດມີການພັດທະນາສູງ ແຕ່ບາງເຂດມີການພັດທະນາໜ້ອຍ.
ຂ. ໂຮງງານອຸດສາຫະກຳເກົ່າແກ່ຊຸດໂຊມເນື່ອງຈາກປະເທດເຫຼົ່ານັ້ນໄດ້ພັດທະນາອຸດສາຫະກຳມາເປັນເວລານານ.
ຄ. ເກີດຊຸມຊົນໃຫຍ່ແອອັດຢູ່ຕາມຕົວເມືອງຕ່າງໆ ເຮັດໃຫ້ເກີດຫຼາຍບັນຫາທາງດ້ານການເມືອງ, ເສດຖກິດ ແລະ ສັງຄົມເປັນຕົ້ນ, ບັນຫາອາສະຍະກຳ, ສິ່ງເສບຕິດ, ຂາດເຂີນທີ່ພັກອາໄສ...
3. ປະເທດທີ່ພວມພັດທະນາ
ເພີ່ນມັກເອິ້ນປະເທດທີ່ພວມພັດທະນາເປັນຫຼາຍຊື່ ບັນດາປະເທດເຫຼົ່ານັ້ນມີລັກສະນະລວມດັ່ງນີ້:
- ສ່ວນຫຼາຍເຄີຍເປັນຫົວເມືອງຂຶ້ນ ຫຼື ເຄິ່ງເມືອງຂຶ້ນຂອງຈັກກະພັດ
- ປະຊາຮຊົນມີລາຍໄດ້ຕ່ຳ ແລະ ທຸກຈົນ
- ປະຊາຊົນປະກອບອາຊີບກະສິກຳເປັນຕົ້ນຕໍ (70 – 80%) ສະມັດຕະພາບແຮງງານຕໍ່າ
- ປະຊາຊົນສ່ວນຫຼາຍອາໄສໃນເຂດຊົນນະບົດ (ໃນເມືອງບໍ່ເຖິງ 20%)
- ອັດຕາການເກີດສູງພ້ອມດຽວກັນນັ້ນອັດຕາການຕາຍກໍສູງ, ປະຊາກອນໜຸ່ມແຕ່ອາຍຸຍືນສະເລ່ຍປະຊາກອນຍັງຕໍ່າ
- ສຸຂະພາບ ແລະ ໂພສະນາການຂອງປະຊາຊົນບໍ່ດີ
- ລະດັບການສຶກສາຂອງປະຊາຊົນຕໍ່າ (ບາງປະເທດໃຂນອາຟຣິກາປະຊາຊົນຮູ້ໜັ
ງສືບໍ່ຮອດ 30%)
4. ຄວາມຄິດເຫັນຂອງນັກວິຊາການກ່ຽວກັບແນວທາງການພັດທະນາເສດຖະກິດຂອງບັນດາປະເທດທີ່ພວມພັດທະນາ
ນັກວິຊາການໃນດ້ານການພັດທະນາມີຄວາມຄິດເຫັນແຕກຕ່າງກັນ ໃນແນວທາງການພັດທະນາສຳລັບປະເທດພວມພັດທະນາທັງຫຼາຍ ແລະ ທີ່ສຳຄັນມີ 3 ກະແສແນວຄິດດັ່ງນີ້:
- ນັກວິຊາການກຸ່ມໜຶ່ງມີຄວາມຄິດເຫັນວ່າການທີ່ຈະພັດທະນາຂອງປະເທດທີ່ພວມພັດທະນາໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກນັ້ນບໍ່ມີທາງເປັນໄປໄດ້ງ່າຍໃນອານາຄົດມໍ່ໆນີ້ ເພາະບັນຫາຂອງປະເທດເຫຼົ່ານັ້ນມີຫຼາຍເກີນໄປ.
- ນັກວິຊາການກຸ່ມໜຶ່ງມີຄວາມຄິດເຫັນວ່າ: ເພື່ອຢາກໃຫ້ປະເທດທີ່ພວມພັດທະນາຫຼຸດພົ້ນອອກຈາກຄວາມທຸກຍາກນັ້ນຕ້ອງສຸມໃສ່ພັດທະນາທາງດ້ານອຸດສາຫະກຳໃຫ້ຂະຫຍາຍຕົວຢ່າງໄວວາ.
- ນັກວິຊາການອີກກຸ່ມໜຶ່ງມີຄວາມຄິດເຫັນແບບສາຍກາງໂດຍມີຄວາມຄິດເຫັນວ່າ ປະເທດທີ່ພວມພັດທະນາ ຄວນພັດທະນາກະສິກຳ ແລະ ອຸດສາຫະກຳໄປພ້ອມໆກັນ, ເຮັດໃຫ້ອຸດສາຫະກຳ ແລະ ກະສິກຳເພິ່ງພາອາໄສກັນ ຊຸກຍູ້ເຊິ່ງກັນ ແລະ ກັນ. ສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ສ້າງຕະຫຼາດພາຍໃນ; ຢາກເຮັດໄດ້ແນວນັ້ນຕ້ອງພັດທະນາໄປພ້ອມກັນເຊັ່ນ: ການສຶກສາ, ສາທາລະນະສຸກ ແລະ ລະບົບສາທາລະນຸປະໂພກ.
5. ປຽບທຽບປະເທດພັດທະນາແລ້ວກັບປະເທດພວມພັດທະນາ
ປະເທດທີ່ພັດທະນາແລ້ວໝາຍເຖິງບັນດາປະເທດດັ່ງນີ້: ສະຫະຣັດອາເມຣິກາ, ແຄນາດາ, ບັນດາປະເທດຢຸໂຣບ (ຍົກເວັ້ນມານຕາ), ອອສເຕຣເລຍ, ນິວຊີແລນດ໌, ອາຟຣິກາໃຕ້, ຍີ່ປຸ່ນ ແລະ ອິສຣະແອລ. ສ່ວນທີ່ເຫຼືອນັ້ນເປັນປະເທດທີ່ພວມພັດທະນາ.



ອ່ານຂ່າວອຶ່ນໆທີ່: https://taidam-news.blogspot.com


ความคิดเห็น