ຄວາມຮູ້ກ່ຽວກັບອຸດສາຫະກຳ

1. ສະພາບລວມການອຸສາຫະກຳ
ອຸດສາຫະກຳເປັນຂະແໜງທີ່ສຳຄັນທີ່ສຸດໃນລະບົບເສດຖະກິດແຫ່ງຊາດ ໂດຍສະເພາະແມ່ນປະເທດທີ່ພັດທະນາແລ້ວ, ການຜະລິດທາງອຸດສາຫະກຳມີຄວາມໝາຍ ແລະ ຄຸນລັກສະນະດັ່ງນີ້:
1. ເປັນກິດຈະກຳທີ່ໃຊ້ວັດຖຸດິບ ເພື່ອແປຮູບໃຫ້ເປັນຮູບແບບທີ່ມີປະໂຫຍດຫຼາຍຂຶ້ນ ແລະ ມີມູນຄ່າສູງຂຶ້ນໂດຍມີການປ່ຽນຮູບຮ່າງ ໜ້າທີ່ ຫຼື ສ່ວນປະກອບ
2. ເປັນກິດຈະກຳໃຊ້ເຄື່ອງຈັກໃນຂະບວນການຜະລິດຕາມມາດຖານ
3. ເປັນກິດຈະກຳທີ່ມີການແບງໃນຂັ້ນຕອນຂອງການຜະລິດ, ການເລືອກທີ່ຕັ້ງຂອງການດຳເນີນທຸລະກິດທາງອຸດສາຫະກຳຕ້ອງໄດ້ຄຳນຶງເຖິງຄ່າໃຊ້ຈ່າຍທີ່ສຳຄັນ 2 ປະການຄື:
1 ຄ່າໃຊ້ຈ່າຍໃນການຜະລິດ( ຄ່າແຮງານ, ຄ່າພະລັງງານ)
2 ຄ່າຂົນສົ່ງ (ວັດຖຸດິບເຂົ້າໃນການຜະລິດ ແລະ ຂົນສົ່ງຜົນຜະລິດອອກ)

ນອກຈາກນີ້ແລ້ວຍັງມີປັດໄຈຫຼາຍປະການທີ່ມີອິດທິພົນຕໍ່ຄ່າໃຊ້ຈ່າຍເຊັ່ນ:
1 ຕະຫຼາດ ແລະ ຕົ້ນທຶນການຜະລິດ( ແຮງງານລາຄາທີ່ດີນ, ວັດຖຸດິບ, ພະລັງງານ ຄ່າຂົນສົ່ງ)
2 ສະພາບແວດລ້ອມໄດ້ແກ່ ທີ່ດິນ, ພູມີປະເທດ, ແມ່ນ້ຳ,ການລະບາຍນ້ຳ, ອາກາດ
3 ໂຄງສ້າງບໍລິການພື້ນຖານຂອງຊຸມຊົນ ແລະ ອຸປະກອນ ຫຼື ພາຫະນະຂົນສົ່ງ
4 ການປະຢັດຈາກການລວມກຸ່ມໄດ້ແກ່ການປະຢັດໂດຍມີທີ່ຕັ້ງໃກ້ສູນກາງການຂົນສົ່ງ, ມີທີ່ຕັ້ງໃນເຂດເມືອງ
5 ນະໂຍບາຍຂອງລັດ, ສະຖຽນລະພາບທາງການເມືອງ
ເນື່ອງຈາກວ່າ ກິດຈະກຳທາງອຸດສາຫະກຳຕ້ອງໄດ້ອາໃສປັດໄຈໃດໜຶ່ງໂດຍຄຽງຄູ່4 ປະເພດທີ່ສຳຄັນຄື:
1 ອຸດສາຫະກຳທີ່ອາໄສວັດຖຸດິບ
2 ອຸດສາຫະກຳທີ່ອາໄສຕະຫຼາດ
3 ອຸດສາຫະກຳທີ່ອາໄສແຮງງານ
4 ອຸດສາຫະກຳທີ່ອສໄສພະລັງງານ
2. ການປະຕິວັດອຸດສາຫະກຳ
ການປະຕິວັດອຸດສາຫະກຳໄດ້ກຳເນີດຂຶ້ນກ່ອນໝູ່ທີ່ປະເທດອັງກິດ ຢູ່ໃນໄລຍະທ້າຍສະຕະວັດທີ່ 18 ເຊິ່ງເປັນໄລຍະຕໍ່ຈາກອານານີຄົມ ແລະ ການຄ້າ, ໂດຍສະນະບົດຈາກພື້ນຖານການກະເສດມາເປັນສັງຄົມເມືອງທີ່ມີພື້ນຖານທາງດ້ານອຸດສາຫະກຳ, ການປະຕິວັດອຸດສາຫະກຳເລີ່ມຕົ້ນດ້ວຍການນຳໃຊ້ເຄື່ອງຈັກອາຍນ້ຳ, ຄວາມກ້າວໜ້າໃໝ່ນີ້ໄດ້ປ່ຽນແປງເຕັກໂນໂລຊີການຜະລິດຢ່າງວ່ອງໄວເຮັດໃຫ້ປະຊາກອນມີການອົບພະຍົບເຂົ້າໃນເມືອງ ແລະ ໃນຂະບວນການດັ່ງກ່າວນີ້ໄດ້ສ້າງລະບົບເສດຖະກິດແບບໃໝ່ແຕກຕ່າງຈາກເດີມ. ການຂົນສົ່ງແມ່ນໃຊ້ເຮືອຈັກໄຟ, ລົດໄຟອາຍນ້ຳເຊີ່ງຊ່ວຍໃຫ້ຄ່າໃຊຈ່າຍຫຼຸດລົງໃນການຂົນສົ່ງສີນຄ້າ. ການປະຕິວັດອຸດສາຫະກຳຂັ້ນຕົ້ນມາຮອດຂັ້ນສຸດຍອດແມ່ນຢູ່ໃນໄລຍະຕົ້ນຂອງສະຕະວັດທີ່20 ເມື່ອປ່ຽນຈາກພະລັງງານຈາກໄມ້ມາໃຊ້ຖ່ນຫີນ, ຫຼັັງຈາກນັ້ນມາກໍມີການນຳໃຊ້ພະລັງງານອື່ນໆເຊັ່ນ: ອາຍແກັສ ແລະ ໄຟຟ້າເຂົ້າໃນການຜະລິດອຸດສາຫະກຳປະເພດຕ່າງໆ. ນັກວິຊາການບາງຄົນໄດ້ລະບຸວ່າ: ການປະຕິວັດອຸດສາຫະກຳມີ 3 ຄັ້ງຄື:
ຄັ້ງທີ່1 ແມ່ນເກີດຂຶ້ນຢູ່ເອີຣົບໃນລະຫວ່າງສະຕະວັດທີ່ 16-17
ຄັ້ງທີ່2 ແມ່ນທ້າຍສະຕະວັດທີ່19 ຫາຕົ້ນສະຕະວັດທີ່20(ສະຫະລັດອາເມລິກາ ແລະ ເຢຍລະມັນ) ມີການຂະຫຍາຍຕົວຂອງອຸດສາຫະກຳເຫຼັກກ້າ, ວິສະວະກຳ ແລະ ເຄື່ອງໄຟຟ້າໂດຍມີການຈັດແບ່ງແບບໃໝ່.
ຄັ້ງທີ່3 ແມ່ນທ້າຍຂອງສະຕະວັດທີ່20 ອຸດສາຫະກຳເຕັກໂນໂລຊີຂະຫຍາຍຕົວຂຶ້ນສູ່ລະດັບສູງພ້ອມທັງມີການຜະລິດແບບໃໝ່ໂລກາພິວັດ.
3. ຮູບແບບການແຈກຢາຍຂອງອຸດສາຫະກຳ
ເປັນກິດຈະກຳທີ່ກະແຈກກະຈາຍທີ່ສຸດຂອງຂະແໜງເສດຖະກິດໃນໂລກ. ກິດຈະການທາງອຸດສາຫິກຳກວມພື້ນທີ່ແຄບເປັນຜົນຕໍ່ເສດຖະກິດຢ່າງໃຫຍ່ຫຼວງ. ກຳລັງແຮງທີ່ເຮັດວຽກໃນຂະແໜງອຸດສາຫະກຳ ກວມ 8% ຂອງຈຳນວນປະຊາກອນທີ່ເຮດວຽກໃນໂລກ. ໃນນີ້ ¾ ຫຼື 75% ຂອງກຳລັງແຮງງານທີ່ເຮັດວຽກສ່ວນຫຼາຍແມ່ນເຕົ້າໂຮມກັນຢູ່ 3 ເຂດຄື:ຢູ່ ເອີຣົບຕາເວັນຕົກກວມເອົາ35%, ເຂດອາດິດ ສສສຊ 20% ແລະ ສ່ນທີ່ເຫຼືອ1/4 ຫຼື 25% ແມ່ນຢູ່ຍີ່ປຸ່ນ ແລະ ປະເທດ ອື່ນໆ.
4. ການປ່ຽນແປງທາງອຸດສາຫະກຳໃນລະດັບນາໆຊາດ
ໃນໄລຍະສົງຄາມໂລກຄັ້ງທີ່2 ການປ່ຽນແປງເດັ່ນກວ່າໝູ່ແມ່ນໃນໄລຍະວິກິດການທາງເສດຖະກິດຂອງໂລກໃນທົດສະຕະວັດທີ 70 ເຖີງວ່າປະເທດທີ່ມີການພັດທະນາທາງເສດຖະກິດຍັງຮັກສາອັດຕາສ່ວນຢ່າງຫຼວງຫຼາຍໃນຜົນຜະລິດອຸດສາຫະກຳໃນບັນດາປະເທດທີຈະເລີນນັ້ນແມ່ນເພີ່ມຂຶ້ນ5-8%ຕໍ່ປີ ໃນຊຸມປີ 60 ຜົນຜະລິດອຸດສາຫະກຳໃນບັນດາປະເທດທີ່ກຳລັງພັດທະນານັ້ນເພີ່ມຂຶ້ນຢ່າງວ່ອງໄວໃນຊຸມປີ 60 ເນື່ອງຈາກວ່າ: ໃນບັນດາປະເທດເຫຼົ່ານີ້ມີຄ່າແຮງຕໍ່າ.
ສຳລັບຢູ່ໃນທະວີບອາຊີໂດຍສະເພາະແມ່ນອາຊີຕາເວັນອອກເຊັ່ນ: ຍີ່ປຸນ, ເກົາຫຼີໃຕ້, ໃຕ້ຫວັນ, ຈີນ, ຮົງກົງ ໄດ້ມີການຈະເລີນເຕີບໂຕໄວ ເຊີ່ງເຮົາຈະສັງເກດເຫັນໃນລະຫວ່າງປີ 1974-1993 ການຈ້າງຄົນງານຂອງອຸດສາຫະກຳໃນປະເທດເກົາຫຼີເພີ່ມຂຶ້ນ 47%, ໃຕ້ຫວັນ 39%, ຮົງກົງ83%, ມາເລເຊຍ135%. ໃນຄະນະດຽວກັນນັ້ນຢູ່ອາຊີຕາເວັນອອກສຽງໃຕ້ເຊັ່ນ: ສິງກະໂປ, ອິນໂດເນເຊຍ ກໍ່ໄດ້ມີການພັດທະນາເຊັ່ນກັນ. ແຕ່ສຳລັບອາຊີໃຕ້ ແລະ ອາຟຣີການັ້ນອັດຕາການຂະຫຍາຍຕົວຂອງກິດຈະການອຸດສາຫະກຳຊ້າກວ່າພູມີພາກອື່ນໆ.
5. ອຸດສາຫະກຳໃນໂລກທີ 3
ກິດຈະການອຸດສາຫະກຳໃນປະເທດທີ່ຍັງທຸກຍາກນັ້ນໄດ້ຮັບການພັດທະນາຊ້າຫຼາຍໂດຍສະເພາະແມ່ນບັນດາປະເທດໃນທະວີບອາຟຣິກາການຂະຫຍາຍຕົວຂອງອຸດສາຫະກຳເພື່ອການສົ່ງອອກມີທ່າອ່ຽງລວມຢູ່ເຂດການຜະລິດເພຶ່ອສົ່ງອອກເຊິ່ງມີພາວະທີ່ເໝາະສົມ 4 ປະການຄື:
1. ມີຄວາມພ້ອມ ( ເງຶ່ອນໄຂ ), ນຳສິນ້າເຂົ້າ ( ວັດຖຸດິບ ) ສຳລັບການຜະລິດ
2. ມີເງຶ່ອນໄຂທາງໂຄງສ້າງບໍລິການພຶ້ນຖານ
3. ມີການກຳນົດເວລາໄລຍະປອດພາສີໂດຍປົກກະຕິມັກຈະກຳນົດໄວ້ 5 ປີ
4. ມີເງຶ່ອນໄຂທາງແຮງງານ ( ແຮງງານຫຼາຍ ), ແຮງງານມີລະບຽບວິໄນພ້ອມທັງຄ່າຈ້າງຕໍ່າປັດໄຈສຳຄັນທີ່ເຮັດໃຫ້ການຜະລິດຕະພັນອຸດສາຫະກຳຂອງປະເທດໃນໂລກທີ 3 ໄປຍັງປະເທດທີ່ພັດທະນາແລ້ວມີການເພິ່ມຂຶ້ນກໍ່ຍ້ອນບໍ່ລິສັດຂ້າມຊາດນັ້ນເອງ
ກິດຈະກຳ: ຄູ ແລະ ນັກຮຽນສົນທະນາກັນກ່ຽວກັບອຸດສາຫະກຳໃນໂລກທີ 3
6. ບັນຫາອຸດສາຫະກຳຂອງໂລກ
1. ການຫຼຸດຄວາມຕ້ອງການສິນຄ້າ
ນັບແຕ່ຊຸມປີ 70 ເປັນຕົ້ນອຸດສາຫະກໍາໄດ້ເຂົ້າສູ່ສະພາວະອີ່ມຕົວຂອງສິນຄ້າບໍ່ລິໂພກຫຼາຍຊະນິດອັນເນື່ອງມາຈາກ:
- ການເພີ່ມຂຶ້ນຂອງປະຊາກອນໃນບາງປະເທດຫຼຸດລົງ.
- ລາຍໄດ້ບໍ່ເພີ່ມ (ຖ້າທຽບໃສ່ອັດຕາເງິນເຟິ້).
- ຍ້ອນການປ່ຽນແປງທາງເຕັກໂນໂລຊີ.
- ຄຸນນະພາບຂອງຜະລິດຕະພັນຫຼາຍຊະນິດໄດ້ຮັບການພັດທະນາປັບປຸງໃຫ້ດີຂຶ້ນ.
ຕົວຢ່າງ: ເຄື່ອງຄົວເຮືອນແຕ່ກ່ອນແມ່ນເລັ່ງໃສ່ປະລິມານ ປະຈຸບັນມີຄຸນນະພາບດີໃຊ້ໄດ້ດົນເຮັດໃຫ້ຄວາມຖີ່ຂອງການຊື້ນສິນຄ້າຫຼຸດລົງ.
2. ການເພີ່ມຄວາມສາມາດໃນການຜະລິດ
ເຖິງວ່າຄວາມຕ້ອງການສິນຄ້າໃນໂລກຢູ່ໃນສະພາວະຄົງທີ່ ຫຼືຫຼຸດລົງແຕ່ສາມາດໃນການຜະລິດຕະພັນເພີ່ມຂື້ນຊື່ງປັດໄຈສຳຄັນຢູ່ 3 ຢ່າງຄື:
1. ຍ້ອນການຂະຫຍາຍຕົວຂອງການປະຕິວັດອຸດສາຫະກຳ ແລະ ລະດັບພື້ນຖານທາງດ້ານເຕັກໂນໂລຊີໃນການຜະລິດຈາກປະເທດທີ່ພັດທະນາແລ້ວໄປສູ່ປະເທດທີ່ພັດທະນາໜ້ອຍ.
2. ຍ້ອນການນຳໃຊ້ຫຸ່ນຍົນ ແລະ ລະບົບກິດຈະກຳອຸດສາຫະກຳມີຄວາມຍືດຍຸ່ນຫຼາຍຂຶ້ນ.
3. ຍ້ອນຄວາມຕ້ອງການໃນການຮັກສາລະດັບການຜະລິດເດີມ.
3. ບັນຫາອຸດສາຫະກຳໃນປະເທດທີ່ພັດທະນາແລ້ວ
ປະເທດທີ່ພັດທະນາແລ້ວກຳລັງປະກັບບັນຫາຕະຫຼາດແຫ່ງໃໝ່ສຳລັບສິນຄ້າອຸດສາຫະກຳຂອງຕົນໃນຂະດຽວກັນກໍ່ປະສົບກັບບັນຫາກ່ຽວກັບການຫຼຸດຄວາມຕ້ອງການສິນຄ້າອຸດສາຫະກຳເບົາ (ບາງຊະນິດ)  ແລະ ບັນຫາລະດັບຂອງການຫວ່າງງານເພີ່ມຂຶ້ນເປົ້າໝາຍຂອງບັນດາປະດາປະເທດທີ່ພັດທະນາແລ້ວແມ່ນຢາກໃຫ້ອຸດສາຫະກຳໃນປະເທດຂອງຕົນສາມາດແຂ່ງຂັນໃນວົງການເສດຖະກິດໂລກແບບປະສົມປະສານ.
3.1 ການແຂ່ງຂັນຈາກປະເທດກຸ່ມເສດຖະກິດ
ການແຂ່ງຂັນກັນໃນດ້ານການຕະຫຼາດໄດ້ນຳໄປສູ່ການລວມກຸ່ມກັນຂອງບັນດາປະເທດຕ່າງໆເພື່ອຫຼຸດອຸປະສັກທາງດ້ານກະຄ້າ ແລະ ເພື່ອປະສົມປະສານຂອງຄວາມຕ້ອງການ.
ຕົວຢ່າງ: ການລວມກຸ່ມທາງດ້ານເສດຖະກິດຂອງສະຫະພັນຢູຣົບ ຫຼື EU (Europeanunion). ຊື່ເດີມແມ່ນປະຊາຊົນຢູຣົບ ຫຼື EU (European community) ຊຶ່ງມີຜົນກະທົບຕໍ່ອຸດສາຫະກຳຂອງສະຫະລັດອາເມລີກາ ແລະ ຍີ່ປຸ່ນ.
3.2 ບໍ່ລິສັດຂ້າມຊາດຂະໜາດໃຫ່ຍ
ອຸດສາຫະກຳຂະໜາດໃຫ່ຍໃນປະເທດທີ່ພັດທະນາແລ້ວສ່ວນໃຫ່ຍມັກຈະເປັນບໍ່ລິສັດຂ້າມຊາດ (multi national cooperation) ຫຼື (Trans national cooperation) ບໍ່ລິສັດເຫຼົ່ານີ້ມີໂຮງງານທີ່ດຳເນີນການຜະລິດຢູ່ໃນປະເທດອື່ນຫຼາຍກວ່າປະເທດຂອງຕົນ (ສະຫະລັດອາເມລີກາ, ຍີ່ປຸ່ນ,ຝຣັ່ງື ແລະ ອັງກິດ) ເນື່ອງຈາກບັນຫາອຸປະສັກດ້ານການຄ້າໂດຍສະເພາະແມ່ນການນຳເອົາສິນຄ້າຂອງຕົນເຂົ້າສູ່ຕະຫຼາດຕ່າງປະເທດທີ່ບໍ່ລິສັດທຳການຜະລິດໃນປະເທດຂອງຕົນນັ້ນບໍ່ລິສັດຂ້າມຊາດຈຶ່ງໄດ້ດຳເນີນກິດຈະການເຫຼົ່ານັ້ນສາມາດເພີ່ມປະລິມານການຂາຍຫຼຸດຜ່ອນຄ່າໃຊ້ຈ່າຍໃນດ້ານການສົ່ງຜະລິດຕະພັນນັ້ນອີກດ້ວຍ.
1. ຍີ່ປຸ່ນ (Japan) 12,5%                          ແບນຊິກ(Belgium) 4,3%
ເຢຍລະມັນ (Germany ) 6,7%                ຊຳບີ ( Zambia ) 4,5%
ລັດເຊຍ ( Russia ) 6,1%                    
2.2 ເຫຼັກ ( Iron ) ຜົນຜະລິດເຫຼັກ ( Iron production ) 1.034.000.000T
ຈີນ ( China ) 25%                            ອິນເດຍ ( India ) 5,9%
ເບຼຊິນ ( Brazil ) 16,4%                       ສະຫະລັດ A ( USA ) 5,8%
ໂອສະຕາລີ ( Australia ) 12,3%              ລັດເຊຍ ( Russia )
ອູແກຮມ ( Ukraine ) 7,4%
2.3 ໂຄຼມ ( Chromium )Worid total 10.923.000T (1993)
ກາລັກສະນະສັນຖານ ( kazaks 35,2%        ຕວກກີ ( tnkey ) 7,0%
ອາຟລີກາໃຕ້ ( south Africa ) 25,5%        ຊີມເບເວ (Zimbawe) 5,2%
ອິນເດຍ ( India ) 9,1%
2.4 ຄຳ(Gold ) Word total 2.090 T(1993)
ອາເມລິກາໃຕ້(South Afrioa)          32,6%                             ການາດາ (Canada)            7,9%
ສະຫະລັດອາເມລິກາ(USA)              17,7%   ລັດເຊຍ (Russia)              6,8%
ອົດສະຕາລີ(Austrilla)                     13,0% ຈີນ(China)                     6,7%
2.5 ອູຮານີອອມ(Uranium) World total 36.300 T (1993)
ການາດາ (Canada)                            27,8%                             ໂອສະຕາລີ(Austrilla)        6,9%
ກາສະເບກິດສະຖານ(Kazakhstan)      8,2% ອາເມລິກາໃຕ້(South Afrioa)  5,2%
ອູສະເບກິດສະຖານ(Uzbekhstan)         7,9%                              ຝະລັ່ງ(France)                    5,2%
ລັດເຊຍ (Russia)                                7,3%ນາມີເບຍ(Namibia) 5%
a. ຊືນ (Lead)World total 5.940.000 T (1993)
ສະຫະລັດອາເມລິກາ(USA)                 22,7%                             ຢີ່ປຸ່ນ(Japan) 5,7%
ລັດເຊຍ (Russia)                                7,3%ຈີນ(China)                         5,6%
ອັງກິດ(England)                               6,7%ຝະລັ່ງ(France)                   4,8%
ເຢຍລະມັນ(Germany)                    6,2%
2.7 ກົ່ວ (Tin) World total 242.000 T (1993)
ຈີນ(China)                                      22,7%                             ໂບລີເວຍ(Bolivia)                7,6%
ມາເລເຊຍ(Malaysia) 20,6%ເປຮູ(Pern) 6,2%
ອີນໂດເນເຊຍ(Indonesia)                 13,6%                                ລັດເຊຍ (Russia)               4,5%
ເບຼຊີນ(Brazli)                               10,5%
2.8 ມັງການ (Manganese) World total 24.200.000 T (1993)
ອູແກຣນ(Ukraine) 31,8% ກົງບົງ(Gabon) 8,2%
ຈີນ(China)                                  19,1%ອົດສະຕາລີ(Austrilla)6,6%
ອາເມລິກາໃຕ້(South Afrioa)          32,6%  ອີນເດຍ(India) 5,9%
ເບຼຊີນ (Brazli)                                9,1%
2.9 ເງີນ(Silver) World total 14.300  T (1993)
ເມັກຊີກໂກ(Mexico) 16,1%ລັດເຊຍ (Russia)               7,3%
ສະຫະລັດອາເມລິກາ(USA)               11,5%                            ຈີເລ   (Chile)                    6,8%
ເປຮູ(Pern)                                    10,9%ການາດາ (Canada)              6,2%
ອົດສະຕາລີ(Austrilla)6,6%
2.10  ອາລຸຍມີນຽມ (Aluminlum) World total 21.569.900  T (1993)
ສະຫະລັດອາເມລິກາ(USA)              33,8%                             ຈີນ(China)                       6,2%
ລັດເຊຍ (Russia)                             15,8%                           ເບຼຊີນ(Brazli)                     6,0%
ການາດາ (Canada)                           11,8%                           ເຢຍລະມັນ(Germany)       5,4%
ອົດສະຕາລີ(Austrilla)7,1%
 2.11 ບາຫຼອດ(Mercury)World total 4.620  T (1993)
ຈີນ(China                                        25%ເມັກຊີກໂກ(Mexico)20,7%
ລັດເຊຍ (Russia)                            14,3%ອານເຢລີ (Algeria)                  8,9%
ກຽກກີສະຖານ(Kyrgystan) 6,0%
2.12 ສັງກະສີ( Zinc) World total 7.839.700  T (1993)
ຈີນ(China)                                  11,8%ແບນຊີກ(Belginm) 5,6%
ຢີ່ປຸ່ນ(Japan) 5,7%ສະຫະລັດອາເມລິກາ(USA)     5,6%
ການາດາ (Canada)                        9,3%  ລັດເຊຍ (Russia)                   4,9%
ເຢຍລະມັນ(Germany)                 7,7%
2.13 ນີແກນ(Nikel) World total 869.000  T (1993)
ລັດເຊຍ (Russia)                          4,9%                               ນອກແວ (Norway)              7,2%
ການາດາ (Canada)                       14,9%  ອົດສະຕາລີ(Austrilla)6,5%
ຢີ່ປຸ່ນ(Japan)                              12,8%ກາເລໂດນີໃໝ່(New Caledonia) 4,7%
2.14 ເພັດ (Diamonds) World total 100.850.000  oarts  (1993)
4. ບັນຫາອຸດສາຫະກຳໃນປະເທດກຳລັງພັດທະນາ
ເນື່ອງຈາກວ່າປະເທດທີ່ພັດທະນາແລ້ວໄດ້ສ້າງອຳນາດ ແລະ ຄວາມໝັ້ນຄົງດ້ານ ເສດຖະກິດ ບົນພື້ນຖານຂອງການພັດທະນາອຸດສາຫະກຳ ຊຶ່ງປະເທດກຳລັງພັດທະນາເຫັນວ່າ: ນັ້ນເປັນຮູແບບ ຫຼື ເສັ້ນທາງໄປສູ່ຄວາມກ້າວໜ້າທາງດ້ານເສດຖະກິດ ແຕ່ໃນຕົວຈິງບັນດາປະເທດທີ່ກຳລັງພັດທະນາມີບັນຫານັ້ນກໍ່ຄື:
1. ບັນຫາການເຂົ້າເຖິງຕະຫຼາດ
- ສະໜອງຄວາມຕ້ອງການຊົມໃຊ້ພາຍໃນປະເທດນັ້ນເອງ
- ປະເທດທີ່ພັດທະນາແລ້ວມີຄວາມສາມາດກຸ້ມຕົນເອງໄດ້
2. ບັນຫາການຂາດແຄນທືນ ແລະ ແຮງງານທີ່ມີສີມືດີ
- ລະດັບວິຊາການລວມທັງຈັດການທາງເສດຖະກິດຍັງຕ່ຳ
- ທືນບໍ່ຫຼາຍບໍ່ສາມາດແຂ່ງຂັນກັບປະເທດທີ່ພັດທະນາແລ້ວ(ບໍ່ສາມາດແຂ່ງກັບບໍລິສັດໃຫ່ຍ)
3. ບັນຫາການຂາດແຄນໂຄງສ້າງບໍລິການພື້ນຖານທີ່ທັນສະໄໝ
   -  ການຄົມມະນາຄົມຂົນສົ່ງໂຄງສ້າງບໍລິການທີ່ຍັງຫຼ້າຫຼັງ
4. ບັນຫາການຂາດແຄນເຕັກໂນໂລຊີໃນການຜະລິດ
5. ບັນຫາການເອົາລັດເອົາປຽບຈາກບໍລິສັດຂ້າມຊາດ
   -  ຄ່າແຮງງານ, ວັດຖຸດິບ, ຜົນກໍາໄລ, ສີມືຕ່າງກັນ
      ເວົ້າລວມແລ້ວກິດຈະການທາງອຸດສາຫະກໍາເປັນກິດຈະການທີ່ສໍາຄັນ ແລະ ມີບົດບາດຫຼາຍຕໍ່ເສດຖະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນ. ການຂະຫຍາຍຕົວຂອງເມືອງ ແລະ ການປ່ຽນແປງທາງດ້ານເຕັກໂນໂລຊີເຂດອຸດສາຫະກໍາທີ່ສໍາຄັນຂອງໂລກສ່ວນໃຫຍ່ແມ່ນຢູ່ເອີຣົບ ແະ ອາເມລິກາເໜືອ. ແຕ່ມາໃນ 2-3 ສະຕະວັດມານີ້ໃນເຂດອາຊີຕາເວັນອອກກໍ່ໄດ້ມີການພັດທະນາອຸດສາຫະກໍາ ເຊັ່ນ: ຢີ່ປຸ່ນ, ຈີນ, ໄຕຫວັນ, ຮົງກົງ, ສິງກະໂປ, ມາເລເຊຍ
6. ຂະແໜງອຸດສາຫະກໍາພື້ນຖານປະກອບມີ:
1. ອຸດສາຫະກໍາພະລັງງານ.
1.1. ການໃຊ້ພະລັງງານໃນໂລກ (World energy consumption)
      - ນໍ້າມັນ 40%
      - ອາຍທໍາມະຊາດ 22,9%
      - ຖານຫີນ 27,4%
      - ນີວເຄຣຍ 7,1%
      - ໄຟຟ້ານໍ້າຕົກ 2,5%
1.2  ຜົນຜະລິດພະລັງງານໃນໂລກ (World senergy production)
      - ອາເມລິກາເໜືອກວມເອົາ 24%
      - ອາເມລິກາໃຕ້ກວມເອົາ  7%
      - ເອີຣົບ 10%
      - ອາດີດສ.ສ.ສ.ຊ 25%
      - ຕາເວັນອອກກາງ 11%
      - ອາຟຣິກກາ 6%
      - ອາຊີ 14%
      - ຢີ່ປຸ່ນ 1%
      - ອົດສະຕາລີ 2%
1.3 ການບໍລິໂພກພະລັງງານໃນໂລກ(World energy consumption)
      - ອາເມລິກາເໜືອ 25%
      - ອາເມລິກາໃຕ້  6%
      - ເອີຣົບ 17%
      - ຕາເວັນອອກກາງ 3%
      - ອາຟຣິກກາ 3%
      - ອາຊີ 15%
      - ຢີ່ປຸ່ນ 5,5%
      - ອົດສະຕາລີ 1,5%
1.4 ປະເທດທີ່ມີອັດຕາສ່ວນພະລັງງານນີວເຄຣຍສູງ:
      - ລິດທູເນຍ 76%
      - ບຸນກາລີ 46%
      - ຝຣັ່ງ 75%
      - ຮົງກາລີ 44%
      - ແບນຊິກ 56%
      - ສະໂລເນຍ 38%
      - ຊູແອດ 51%
      - ສະວິສ 37%
      - ສະໂລວັກ 49%
      - ເກົາຫຼີໃຕ້ 36%
1.5 ປະເທດທີ່ມີອັດຕາສ່ວນໃຊ້ໄຟຟ້ານໍ້ຕົກຫຼາຍ:
      - ປາຣາໄກວ 99,9%
      - ກົງໂກ 99,3%
      - ນອກແວ 99,6%
      - ອູການດາ 99,2%
      - ບູຖານ 99,6%
      - ບູຣຸນດີ 98,1%
      - ຊໍາບີ 99,5%
      - ມາລາວີ 98%
      - ການາ 99,3%
      - ຣູອານດາ97,8%
      -ລາວເປັນອັນດັບທີ 14 ຂອງໂລກ (1993)
2. ອຸດສາຫະກໍາຂຸດຄົ້ນແຮ (ຜົນຜະລິດທາງທາດໃນໂລກ)
    2.1 ທອງ(Coppr) 10.400.000 (1993)
      - ສະຫະລັດອາເມລິກາ 18,9%
      - ການາດາ 5,9%
      - ຈີລີ 13,4%
      - ຈີນ 5,3%
       ບັນທັດຖານ ແລະ ຮູບແບບການດໍາເນີນຊີວິດປ່ຽນໄປທຸກຄົນທຸກໄວມີຄວາມຄິດກ້ວາງໄກ(Blackp24-26)ທັງນີ້ກໍ່ເພາະວ່າມີການນໍາເອົາຄວາມຮູ້ວິທະຍາສາດສະໄໝໃໝ່ກ່ຽວກັບທຸກດ້ານຂອງຊີວິດມະນຸດມີລັກສະນະດັ່ງນີ້:
1. ການເບິ່ງທໍາມະຊາດເປັນສິ່ງທີ່ມີຢູ່ຈິງ
2. ໃຊ້ທໍາມະຊາດໃນລັກສະນະທີ່ອະທິບາຍໄດ້ຢ່າງມີເຫດຜົນບໍ່ງົມງວຍ
3. ມີການທົດລອງເພື່ອປະເມີນຄວາມຖືກຕ້ອງຂອງຄໍາອະທິບາຍຕ່າງໆ
4. ການໃຊ້ສັນຍາລັກທີ່ເປັນນາມມະທໍາ
5. ມີຄວາມຊ່າງຄິດພິນິດ ພິຈາລະນາ ແລະ ວິເຄາະ
6. ຄົ້ນຫາຄວາມຈິງໃນຕົວຂອງມັນເອງ
7. ມີວິທີ່ການສະເພາະ
8. ຄົ້ນພົບ ແລະ ໃຫ້ພະລັງງານທີ່ບໍ່ມີຊີວິດ ເພື່ອການພັດທະນາຂັ້ນຕໍ່ໄປ

ງ. ການພັດທະນາປະເທດໃຫ້ທັນສະໄໝທາງສັງຄົມ
ທ່ານLerner 1958 ໄດ້ກ່າວວ່າ: ຄົນໃນສັງຄົມຍອມມີການປ່ຽນແປງຄ່ານິຍົມ ແລະ ຄວາມຄາດຫັວງໃນລັກສະນະທີ່ຍອມຮັບວ່າການປ່ຽນແປງນັ້ນເກີດຂື້ນໄດ້ມີຄວາມເຊື້ອ, ຄວາມປາຖະນາຂອງຄົນທີ່ມີລັກສະນະຮຽກວ່າບຸກຄະລິກະພາບຊຶງສາມາດປັບຕົວເຂົ້າກັບການປ່ຽນແປງທີ່ເກີດຂື້ນໃນສະພາບແວດລ້ອມ
      ນອກຈາກນີ້ການພັດທະນາສັງຄົມຕ້ອງໄດ້ດໍາເນີນໄປກັບແນວຄິດຄວາມຮູ້ທາງການເມືອງ ການພັດທະນາເສດຖະກິດປະກອບດ້ວຍການປ່ຽນແປງໄປສູ່ຄວາມເປັນຕົວເມືອງເພື່ອການຕອບສະໜອງຕາມຈຸດປະສົງ
ຈ. ການພັດທະນາປະເທດໃຫ້ທັນສະໄໝທາງການເມືອງ
       ອີງຕາມທິດສະດີຂອງທ່ານ  Huntington (1968) ໄດ້ກ່າວວ່າໃນທາງການເມືອງນັ້ນປະກອບດ້ວຍການໃຊ້ອໍານາດຈາກການປົກຄອງຢ່າງມີເຫດຜົນເໝາະສົມ. ການຂະຫຍາຍຂອບເຂດຕາມການມີສ່ວນຮ່ວມທາງການເມືອງໃຫ້ຄວບຄຸມກຸ່ມຄົນຕ່າງໆ ແລະ ລວມຕົວດ້ານຊົນຊັ້ນທາງເສດຖະກິດ ສັງຄົມ
         ຢ່າງໃດກໍ່ຕາມທຸກສັງຄົມທີ່ທັນສະໄໝໃນຂະບວນການສ້າງພາວະທັນສະໄໝນັ້ນທຸກສັງຄົມຕ້ອງປະສົບບັນຫາສໍາຄັນ 4 ປະການດັ່ງນີ້:
1. ການທີ່ສັງຄົມປະເຊີນກັບຄວາມຄິດ ແລະ ບົດບາດໃໝ່ໆຍ່ອມໄດ້ຮັບການຕໍ່ຕ້ານຈາກຄົນທີ່ມີອີກ
ແນວຄວາມຄິດໜຶງ
2. ການມີພິກໄຫວ ຫຼື ການປັບຕົວຂອງຜູ້ນໍາໃໝ່
3. ການແປຮູບທາງດ້ານເສດຖະກິດ ແລະ ສັງຄົມ
4. ການລວມຕົວຂອງສັງຄົມແບບທີ່ເສດຖະກິດແປຮູບ
ກິດຈະກໍາ
1. ການພັດທະນາປະເທດຊາດໃນສະໄໝປະເທດຊາດຈະໄດ້ຮັບການປ່ຽນແປງຄືແນວໃດ?
2. ໃນບັນດາປະເທດມີການພັດທະນາການເມືອງໃຫ້ທັນສະໄໝຈະຕ້ອງອີງໃສ່ຫຍັງ?
3. ການພັດທະນາປະເທດໃຫ້ທັນສະໄໝຈະພົບບັນຫາຈັກປະການຄືປະການໃດແດ່?
3 ທິດສະດີໂຄງປະກອບ
   ທິດສະດີໂຄງປະກອບນີ້ແມ່ນທິດສະດີທີ່ວິພາກວິຈານການພັດທະນາອີກທິດສະດີໜຶງໂດຍພິຈາລະນາທັງໝົດໂຄງປະກອບຂອງສັງຄົມ ແລະ ວິເຄາະການປ່ຽນແປງທ່າງໂຄງປະກອບນັ້ນ ວິທີ່ການຕົ້ນຕໍ່ແມ່ນວິເຄາະໂຄງປະກອບຂອງສັງຄົມ ( ໃຜເປັນຜູ້ຊະນະແລະໃຜເປັນຜູ້ເສຍ)
1. ການພັດທະນາທາງວັດທະນະທໍາໝາຍເຖິງການສ້າງຄວາມຮູ້ສຶກບໍ່ວາຕົນເປັນຊາດມີຄວາມເຊື້ອ
ໝັ້ນ ແລະ ພ້ອມທີ່ຈະເຮັດທຸກຢ່າງ
2. ໃນທາງເສດຖະກິດການເມືອງການພັດທະນາຄືການປະຕິຮູບລະບຽບສັງຄົມໃຫ້ມີຄວາມຍຸດຕິທໍາ
ຫຼາຍຂື້ນ ມີເອກະລາດຂອງຊາດ ແລະ ໄດ້ຮັບການຄົງຕົວເປັນອິດສະຫຼະຈາກການແຊກແຊງ
3. ການພັດທະນາໝາຍເຖິງການປ່ຽນແປງທາງຄຸນນະພາບຂອງລະບົບເສດຖະກິດໃນພາວະທີ່ມີຄຸນ
ນະພາບດ້ວຍການພັດທະນາແບບຍືນຍົງ
ທິດສະດີໂຄງປະກອບ
       ທິດສະດີໂຄງປະກອບສ້າງນີ້ແມ່ນທິດສະດີວິພາກວິຈານພັດທະນາອີກທິດສະດີໜຶງໂດຍພິຈາລະນາທັງໝົດໂຄງປະກອບຂອງສັງຄົມ ແລະ ວິເຄາະການປ່ຽນແປງນັ້ນ
         ການປ່ຽນແປງທັງສອງຢ່າງນີ້ບໍ່ເທົ່າກັນຫຼືຂະໜານກັນໄປ ແລະ ຄວາມທັນສະໄໝອາດຈະເກີດຂື້ນໂດຍປະສາຈາກການພັດທະນາໄດ້
         ການພັດທະນາທາງວັດທະນະທໍາໝາຍເຖິງການສ້າງຄວາມຮູ້ສຶກບໍ່ວາຕົນເປັນຊາດມີຄວາມເຊື້ອໝັ້ນ ແລະ ພ້ອມທີ່ຈະເຮັດທຸກຢ່າງ
         ໃນທາງເສດຖະກິດການເມືອງການພັດທະນາຄືການປະຕິຮູບລະບຽບສັງຄົມໃຫ້ມີຄວາມຍຸດຕິທໍາ
ຫຼາຍຂື້ນ ມີເອກະລາດຂອງຊາດ ແລະ ໄດ້ຮັບການຄົງຕົວເປັນອິດສະຫຼະຈາກການແຊກແຊງ
ການພັດທະນາໝາຍເຖິງການປ່ຽນແປງທາງຄຸນນະພາບຂອງລະບົບເສດຖະກິດໃນພາວະທີ່ມີຄຸນ
ນະພາບດ້ວຍການພັດທະນາແບບຍືນຍົງ
         ຈາກການພັດທະນາໃນເບື້ອງຕົນພໍສະຫຼຸບໄດ້ວ່າການພັດທະນາບໍ່ວ່າຈະເປັນໄປໃນລັກສະນະຂອງການເປັນພາວະ ຫຼື ຂະບວນການປ່ຽນແປງສູ່ພາວະ
         2. ການຂະຫຍາຍຕົວທາງດ້ານເສດຖະກິດ
    ເສດຖະກິດຂອງໂລກ ຫຼື ປະເທດໃດປະເທດໜຶ່ງເອີ່ນຫຼາຍໆຄໍາສັບເຊັ່ນ: ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ອື່ນໆ ບາງຄັ້ງເພີ່ນມັກໃຊ້ຄູກັນ ຫຼື ປົນກັນນັກເສດຖະສາດຊາວຝຣັ່ງເສດໄດ້ໃຫ້ຄໍານິຍາມວ່າ: ການຂະຫຍາຍຕົວທາງດ້ານເສດຖະກິດຂອງຊາດໜຶ່ງສາມາດວັດໄດ້ຈາກອັດຕາການເພີ່ມລາຍໄດ້ແຫ່ງຊາດ ໂດຍສະເພາະລາຍໄດ້ແຫ່ງຊາດຕໍ່ຫົວຄົນ ສະນັ້ນການຂະຫຍາຍຕົວທາງດ້ານເສດຖະກິດຈິ່ງກ່ຽວຂ້ອງສອງປະເດັ່ນຄື:
1. ປະຊາກອນ
2. ລາຍໄດ້ແຫ່ງຊາດ
ປະຊາກອນລາຍໄດ້ແຫ່ງຊາດ
ການເພີ່ມຂື້ນຂອງ GDP
ລາຍໄດ້ຕໍ່ຫົວຄົນເພີ່ມຂື້ນໃນເມືອ ການເພີ່ມຂື້ນຂອງປະຊາກອນ
ການຫຼຸດລົງຂອງ GDP                        ການຫຼຸດລົງຂອງປະຊາກອນ
GDPຫຼຸດລົງ ແລະ ການເພີ່ມຂື້ໜຂອງ
                                                   ປະຊາກອນ

ການເພີ່ມຂື້ນຂອງ GDP
ລາຍໄດ້ຕໍ່ຫົວຄົນເພີ່ມຂື້ນໃນເມື່ອການເພີ່ມຂື້ນຂອງປະຊາກອນ
ການຫຼຸດລົງຂອງ GDP                          ການຫຼຸດລົງຂອງປະຊາກອນ
GDP ຄົງທີ່ ແລະ ປະຊາກອນຄົງທີ່

ການເພີ່ມຂື້ນຂອງ GDP
ລາຍໄດ້ຕໍ່ຫົວຄົນເພີ່ມຂື້ນໃນເມື່ອການເພີ່ມຂື້ນຂອງປະຊາກອນ
ການຫຼຸດລົງຂອງ GDP                      ການຫຼຸດລົງຂອງປະຊາກອນ
GDP ຄົງທີ່ ແລະ ປະຊາກອນຄົງທີ່.


ຂ່າວອຶ່ນໆທີ່: https://taidam-news.blogspot.com

ความคิดเห็น