ຣາຊການພຣະເຈົ້າສຸຣິຍະວົງສາທັມມິກະຣາດ
ເຈົ້າສຸລິຍະກຸມມານ ເປັນຣາຊະໂອລົດອົງທີ 6 ຂອງພະເຈົ້າວໍຣະວົງສາທຳມິກະລາດ ພະອົງຂຶ້ນຄອງລາດເມື່ອປີ ຄ.ສ 1638 ອາຍຸໄດ້ 25 ປີ ພະອົງຂຶ້ນເປັນເຈົ້າແຜ່ນດິນດ້ວຍການຍຶດອຳນາດປາບກຸ່ມຕ່າງໆທີ່ຕໍ່ສູ້ກັນຄື: ກຸ່ມເຈົ້າຊົມພູ ແລະ ກຸ່ມເຈົ້າບຸນຊູ ເຊີ່ງເປັນອ້າຍນ້ອງຮ່ວມພໍ່ແມ່ດຽວກັນ. ພະອົງໄດ້ແກ້ໄຂຄວາມຂັດແຍ່ງກັນລະຫວ່າງສາຍຍາດຣາຊະວົງທັງຫຼາຍ ດ້ວຍການປານີປານອມກັນ. ເມື່ອເຈົ້າສຸຣິຍະກຸມມານໄດ້ຂຶ້ນເປັນເຈົ້າແຜ່ນດິນແລ້ວ ໄດ້ນາມວ່າ ພຣະເຈົ້າສຸຣິຍະວົງສາທັມມິກະຣາດ ພະອົງຄອງຣາດເມື່ອອາຍຸ 25ປີ ສ້ຽງຊີວິດເມື່ອປີ ຄ.ສ 1695 ອາຍຸໄດ້ 82 ປີ. ຕະຫຼອດໄລຍະ 57 ປີ ພະອົງໄດ້ປົກຄອງປະເທດ ສະພາບການບ້ານເມືອງມີຄວາມສະຫງົບເປັນເອກະພາບກັນດີແຕ່ເໜືອ ເຖິງ ໃຕ້ ບໍ່ມີເສິກສົງຄາມພາຍນອກມາຮຸກຮານ. ພາຍຫຼັງເຈົ້າສຸລິຍະວົງສາໄດ້ຂຶ້ນຄອງລາດພະອົງໄດ້ປັບປຸງອຳນາດສັກດີນາລາວລວມສູນໂດຍຈັດແບ່ງຂັ້ນປົກຄອງອຳນາດສູງສຸດແມ່ນເຈົ້າຊີວິດ ຖັດລົງມາແມ່ນມະຫາອຸປະຣາດ ແລະ ເຈົ້າຣາຊາບຸດ, ກຳຈັດບຸກຄົນທີ່ປໍລະປັກຕໍ່ຊາດ, ແບ່ງຝ່າຍເສນາບໍດີຊ່ວຍວຽກຂອງກະສັດອອກເປັນສາມຝ່າຍເພື່ອເຮັດໜ້າທີ່ຂອງໃຜລາວ ແລະ ຍັງໄດ້ມີການຈັດແບ່ງຫົວເມືອງຕ່າງໆອອກເປັນເມືອງນ້ອຍໃໝ່ເພື່ອໃຫ້ມີຄວາມສະດວກໃນການປົກຄອງ.
ບັນທຶກຂອງຄຸນພໍ່ມາຣິນີ (Marini) ນັກສອນສາດສາສະໜາເຢຊູກ່ຽວກັບປະເທດລາວໃນຊຸມປີ ຄ.ສ 1640 ໄດ້ໃຫ້ຄວາມກະຈາງແຈ້ງສະພາບການຂອງປະເທດລາວໃນໄລຍະດັ່ງກ່າວໃນຫຼາຍດ້ານເຊັ່ນ:
ກ. ກ່ຽວກັບພູມີປະເທດ:ຄຸນພໍ່ມາຣິນີກ່ຽວກັບພູມສາດຂອງປະເທດລາວວ່າມີພູຜາສູງຊັນຢູ່ທຸກດ້ານປຽບເໝືອນກຳແພງໃຫຍ່ທີ່ທຳມະຊາດສ້າງໄວ້ສ້າງໃຫ້ເພື່ອປ້ອງກັນສັດຕູຈາກພາຍນອກ. ຄຸນພໍ່ຍັງໄດ້ກ່າວອີກວ່າມີການລັກຄົນໄປຂາຍເປັນຂ້າທາດ ແລະ ຍັງໄດ້ກ່າວກ່ຽວກັບພູມມີປະເທດອີກວ່າ “ນອກຈາກພູຜາຊັນ້ອອມຮອບເປັນປ້ອມປະການທຸກດ້ານແລ້ວປ້ອງກັນການຮຸກຮານຈາກຕ່າງຊາດຢ່າງວິເສດແລ້ວພູຜາເຫຼົ່ານັ້ນຍັງເຮັດໃຫ້ດິນນ້ຳຊຸ່ມດີທັງຍັງມີໄມ້ນາຊະນິດໄວ້ໃຊ້ໂດຍບໍ່ຕ້ອງຊອກຫາເອົາມາຈາກທີ່ອື່ນນອກກນັ້ນຍັງສາມາດສະໜອງໄມ້ໃຫ້ແກ່ປະເທດອ້ອມຂ້າງອີກດ້ວຍ...”
ຂ. ກ່ຽວກັບພຣະຣາຊະວັງ:ຄຸນພໍ່ມາຣິນີໄດ້ພັນລະນາດັ່ງນີ້ “ພຣະຣາຊະວັງເຊິ່ງໄດ້ສະແດງເຖິງສະຖາປັດຕະຍາກຳໜ້າພິດສະດານນັ້ນສາມາດແນມເຫັນໄດ້ແຕ່ໄກ. ຄວາມໃຫຍ່ໂຕຂອງມັນນັ້ນຈົນເຖິງຂັ້ນຮູ້ສຶກວ່າເປັນຕົວເມືອງໜຶ່ງຕ່າງຫາກບໍ່ສະເພາະແຕ່ສະຖານທີ່ຂອງມັນເທົ່ານັ້ນແຕ່ຕໍ່ທາງດ້ານຈຳນວນພົນທີ່ບັນຈຸປະກອບດ້ວຍຫໍໂຮງພຣະເຈົ້າແຜ່ນດິນນັ້ນປະກອບດ້ວຍປະຕູໂຂງອັນພິດສະດານ ແລະ ງົດງາມປະກອບດ້ວຍຫ້ອງຕ່າງໆເຊິ່ງລ້ວນແລ້ວແຕ່ງົດງາມທັງນັ້ນເຊິ່ງໃນນັ້ນມີເປີງໃຫຍ່ເປີງໜຶ່ງທີ່ເຮັດດ້ວຍໄມ້ບໍ່ໂດກ (ເນຶ້ອແຂງ) ດ້ານນອກ ແລະ ດ້ານໃນກໍລ້ວນແລ້ວແຕ່ປະດັບດ້ວຍຄັວດແກະສະຫຼັກທີ່ປານີດ...”
ຄ. ກ່ຽວກັບທະຫານ ແລະ ການສູ້ຮົບ:ຄຸນພໍ່ໄດ້ກ່າວໄວ້ດັງນີ້“ຣາຊອານາຈັກນີ້ເນື່ອງຈາກມີດິນນ້ຳຊຸ່ມ ແລະ ມີທຸກສິ່ງທຸກຢ່າງທີ່ຈຳເປັນແກ່ຊີວິດຈຶ່ງມີປະຊາກອນອາໄສຢູ່ຢ່າງໜາແໜ້ນ. ຫວ່າງບໍ່ເຫິງມານີ້ເພີ່ນໄດ້ສຳຫຼວດຜູ້ຄົນທີ່ມາຮັບໃຊ້ເສິກສົງຄາມໄດ້ ແລະ ສາມາດກຳອາວຸດໄດ້ ຕົວເລກທີ່ເພີ່ນໄດ້ທມາກໍຄືຫ້າແສນຄົນໂດຍບໍ່ນັບຜູ້ເຖົ້າທີ່ມີຈຳນວນຢູ່ຢ່າຫຼວງຫຼາຍອີຫຼີ ແລະ ຍັງກ້າກຶງອີລີອາຍຸເຖິງຮ້ອຍປີແລ້ວກໍຕາມ...”
ງ. ກ່ຽວກັບການປົກຄອງປະເທດ: ຄວາມສຳພັນລະຫວ່າງປະຊາຊົນພາຍໃນປະເທດນັ້ນດີຫຼາຍ ມີຄວາມຖືກຕ້ອງຄ່ອງທຳ ແລະ ກະຕັນຍູກະຕະເວທີຊ່ວຍເຫຼືອເຊິ່ງກັນ ແລະ ກັນດີ, ຄວາມຜິດຂ້ອງຕ້ອງຖຽງ ແລະ ເປັນເລື່ອງກັນນັ້ນບໍ່ມີເລີຍ. ຄະນະຄຸນພໍ່ຍືນຍືນວ່າຂະນະທີ່ພັກທີ່ເມືອງລາວນັ້ນບໍ່ເຄີຍເຫຫັນຄົນລາວດ່າກັນຈັກເທື່ອ. ການທີ່ເປັນເຊັ່ນນັ້ນທາດຂັນຂອງຄົນລາວແມ່ນມັກຄວາມສັນຕິ. ຄວາມຈິງແລ້ວຍັງມີກົດໝາຍເຄັ່ງຄັດອັນໜຶ່ງເພື່ອລົງໂທດຜູ້ຮ້າຍດ່າຜູ້ອື່ນ ຫຼື ຜູ້ທີ່ດູໝິ່ນປະໝາດຜູ້ອື່ນ ຫຼື ຜູ້ທີ່ວ່າກະແທກທັ່ງໃສ່ຜູ້ອື່ນ ໂດຍທີ່ບໍ່ຕ້ອງມີການຕັດສິນຈາກສານປະການໃດຜູ້ທີ່ກະທຳຜິດຕ້ອງເສຍຄ່າປັບໃໝໂລດ...”
ຣາຊະອານາຈັກແບ່ງອອກເປັນ 7 ແຂວງ ແລະ ຮອງເຈົ້າແຜ່ນດິນ 7 ຄົນ ຖືກແຕ່ງຕັ້ງໃຫ້ເປັນເຈົ້າແຂວງທັງ 7 ນັ້ນ ອຳນາດຂອງພວກເຂົາເທົ່າທຽມກັນ ແລະ ດຳລົງຊີວິດຢູ່ໃນພຣະຣາຊະວັງປະຈຳ ແລະ ໃນຖານຕຳແໜ່ງທີ່ເຂົາເປັນຜູ້ເລັດຣາຊະການເຊິ່ງເຂົາຕ້ອງປະຕິບັດໃຫ້ສຳເລັດ. ສ່ວນຢູ່ແຂວງຕ່າງໆນັ້ນຕ້ອງແຕ່ງຕັ້ງຄົນໄປປະຈຳການຕາງ, ໃນແຕ່ລະແຂວງຍັງມີຫົວເມືອງນ້ອຍໃຫຍ່ອີກ ແຕ່ຕ້ອງຂຶ້ນກັບຫົວເມືອງໃຫຍ່ແຕ່ລະແຂວງມີກອງທະຫານຂອງຕົນເຊັ່ນ: ກອງທະຫານໜ້າດິນ ແລະ ທິຫານມ້າ ເຊິ່ງນຳໂດຍນາຍກອງທີ່ຮອງເຈົ້າແຜ່ນດີນ...(ມະຫາບຸນມີເທບສີເມືອງ, 2009: 188).

ເພີ່ມເຕີມ: https://histories-lao.blogspot.com
ความคิดเห็น
แสดงความคิดเห็น