ສະບາຍດີມື້ນີ້ເວັບພວກເຮົາຈະນຳສະເໜີປະຫວັດກ່ອນການກຳເນີດອານາຈັກລ້ານຊ້າງແບບຫຍໍ້ໆເປັນແນວໃດໄປອ່ານກັນເລີຍ
ຊົນຊາດລາວໄດ້ເຂົ້າມາຕັ້ງຫຼັກຖານຢູ່ໃນດິນແດນສຸວັນນະພູມປະເທດອານາຈັກນະຄອນຫຼວງພະບາງ ແຕ່ຄັ້ງຂຸນລໍ ແລະ ຕໍ່ຈາກນັ້ນມາ ກໍມີກະສັດລາວໄດ້ສະເຫວີຍຣາຊະສົມບັດໃນນະຄອນຊຽງທອງ ປົກຄອງໄພ່ຟ້າເປັນສຸກມາເຖິງ 22 ອົງ. ກະສັດອົງທີ່22 ນັ້ນມີນາມວ່າ ເຈົ້າຟ້າງ້ຽວ ເຊິ່ງເປັນພະຣາຊະໂອລົດຂອງເຈົ້າຟ້າຫຼວງໂງ່ມ ຫຼື ພະຍາສຸວັນນະຄໍາຜົງ ເມື່ອພະອົງສະຫວັນນະຄົດແລ້ວ ເຈົ້າຟ້າງ້ຽວໄດ້ຂຶ້ນປົກຄອງແທນ, ເຈົ້າຟ້າງ້ຽວມີໂອລົດ 2 ຄົນ ແລະ ພະທິດາ 2 ຄົນ ອົງຫຼ້າມີນາມວ່າ ເຈົ້າຟ້າງຸ່ມ. ເຈົ້າຟ້າງຸ່ມຂຶ້ນສະເຫວີຍຣາຊະສົມບັດໃນນະຄອນຊຽງທອງເມື່ອປີມະເສັງ ຄ.ສ 1353 ພາຍຫຼັງທີ່ປາບຫົວເມືອງຕ່າງໆໄດ້ສຳເລັດເມື່ອອາຍຸໄດ້ 37 ພັນສາ ແລະ ຖວາຍນາມວ່າ ພຣະຍາຟ້າຫຼ້າທໍຣະນີສີສັຕນາຄະນະຫຸດ ແລ້ວຊົງເຂົ້້າຕີເອົາຫົວເມືອງຝ່າຍຊ້າຍແມ່ນ້ຳຂອງ ແລະ ຫົວເມືອງເໜືອ ແລະ ຈັດລະບຽບການປົກຄອງສຳເລັດ. ເຈົ້າຟ້າງຸ່ມມີພຣະໂອຣົດ ແລະ ພຣະຣາຊະທິດາທີ່ປະສູດກັບນາງແກ້ວເກັງອັກຄະມະເຫສີຮ່ວມກັນ 3 ພຣະອົງຄື: ທ້າວອຸ່ນເມືອງ, ທ້າວຄຳກອງ ແລະ ນາງແກ້ວເກດສີ, ພ້ອມດຽວກັນນັ້ນເຈົ້າຟ້າງຸ່ມຍັງເປັນຜູ້ທີ່ນຳເອົາພຸດທະສາສະໜາຈາກປະເທດຂະເໝນເຂົ້າມານຳໃຊ້ໃນຣາຊະອານາຈັກລ້ານຊ້າງ. ເຈົ້າຟ້າງຸ່ມສິ້ນພະຊົນໃນປີ ຄ.ສ 1373 ເມື່ອອາຍຸໄດ້ 57 ປີ ຢູ່ທີ່ຈັງຫວັດນ່ານ ແລະ ເຈົ້້າເມືອງນະຄອນນ່ານຈຶ່ງສ້າງວັດກວມອັດຖິທາດຂອງພະອົງໄວ້ວັດໜຶ່ງຊື່ວ່າ ວັດຊຽງງາມ ຢູ່ນະຄອນນ່ານ. ( ມະຫາສີລາ ວິຣະວົງສ໌, 2001: 30)

ໂອກາດໜ້າຈະເອົາຂໍ້ມູນມາສະເໜີ
ความคิดเห็น
แสดงความคิดเห็น